ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພາກ​ພື້ນ​ຕາເວັນ​ອອກ​ກາງ​ເມື່ອບໍ່​ມີ​ອຳນາດ ​ອາ​ເມ​ຣິ​ກາ
ຈະ​ເປັນ​ພາກ​ພື້ນ​ທີ່​ມີ​ຄວາມ​ສາມັກຄີ ແລະ ໝັ້ນ​ທ່ຽງ

     ສຳນັກ​ຂ່າວ​ແຫ່ງ​ຊາດ​ຊີ​ຣີ ລາຍ​ງານ​ໃຫ້​ຮູ້​ວັນ​ທີ 10 ກັນຍາ ນີ້​ວ່າ: ລັດຖະບານ​ຊີ​ຣີ ໄດ້​ສົ່ງ​ຈົດໝາຍ​ ໄປ​ຍັງ​ອົງການ​ສະຫະປະຊາ​ຊາດ (​ສປຊ), ໂດຍ​
ຮຽກຮ້ອງ​ໃຫ້​ສືບ​ທາວ​ຫາ​ຄວາມ​ຮັບຜິດຊອບ​ຂອງ ​ອາ​ເມ​ຣິ​ກາ​ ກ່ຽວ​ກັບ​ການ​ຍຶດ​ຄອງ​ແຜ່ນດິນ​ຈຳນວນ​ໜຶ່ງ​ຂອງ​ ຊີ​ຣີ ແລະ ຂຸດ​ຄົ້ນ​ຊັບພະຍາກອນ​ທຳ​ມະ
​ຊາດ​ແບບ​ຜິດ​ກົດໝາຍ​ຢູ່​ໃນ​ເຂດ​ຍຶດ​ຄອງ.

     ຈົດໝາຍ​ສະບັບ​ດັ່ງກ່າວ​ຄາດ​ຄະເນ​ວ່າ: ລະຫວ່າງ​ປີ 2011-2023, ກອງທັບ​ອາ​ເມ​ຣິ​ກາ​ ໄດ້​ສ້າງ​ຜົນ​ເສຍ​ຫາຍ​ໂດຍ​ກົງ ແລະ ທາງ​ອ້ອມ ຕໍ່​ພາກສ່ວນ
​ນ້ຳມັນ​ເຊື້ອ​ໄຟ ແລະ ບໍ່​ແຮ່​ຂອງ​ຊີ​ຣີ​ບັນລຸ​ເຖິງ 115,2 ຕື້​ໂດ​ລາ. ຊີ​ຣີ​ຮຽກຮ້ອງ​ໃຫ້ “ສືບ​ທາວ​ຫາ​ຄວາມ​ຮັບຜິດຊອບ​ຂອງ​ເຈົ້າ​ໜ້າທີ່​ ອາ​ເມ​ຣິ​ກາ ພ້ອມ​ທັງ​
ບັງຄັບ​ໃຫ້ ​ອາ​ເມ​ຣິ​ກາ​ ​ໃຊ້​ແທນ​ຄ່າ​ເສຍ​ຫາຍ”. ຈົດໝາຍ​ດັ່ງກ່າວ, ຍັງ​ໄດ້​ຮຽກຮ້ອງ​ໃຫ້​ກອງທັບ​ອາ​ເມ​ຣິ​ກາ​ຖອນ​ອອກ​ຈາກ​ ຊີ​ຣີ, ສົ່ງ​ຄືນ​ບໍ່​ນ້ຳມັນ​ເຊື້ອ​ໄຟ
ແລະ ບໍ່​ອາຍ​ແກ​​ັສ​ທຳ​ມະ​ຊາດ​ທັງ​ໝົດ. ໃນ​ປີ 2014, ອາ​ເມ​ຣິ​ກາ ໄດ້​ສົ່ງ​ກອງທັບ​ໄປ​ຊີ​ຣີ ດ້ວຍ​ຂໍ້​ອ້າງ​ການ​ໂຈມ​ຕີ​ກຸ່ມ​ຫົວ​ຮຸນ​ແຮງ. ກອງທັບ​ອາ​ເມ​ຣິ​ກາ
ບໍ່​ພຽງ​ແຕ່​ໄດ້​ດຳເນີນ​ການ​ໂຈມ​ຕີ​ທາງ​ອາກາດ​ຫຼາຍ​ເທື່ອ​ຕໍ່​ກອງທັບ​ລັດຖະບານ​ຊີ​ຣີ​ເທົ່າ​ນັ້ນ, ຍັງ​ໄດ້​ຕັ້ງໜ້າ​ສະ ໜັບສະໜູນ​ກຸ່ມ​ປະກອບ​ອາວຸດ​ທີ່​ສະແຫວງ
ຫາ​ການ​ໂຄ່ນ​ລົ້ມ​ລັດຖະບານ​ຊີ​ຣີ​ອີກ​ດ້ວຍ. ພ້ອມ​ກັນ​ນັ້ນ, ຍັງ​ລັກ​ຂົນສົ່ງ​ນ້ຳມັນ​ເຊື້ອ​ໄຟ ແລະ ສະບຽງ​ອາຫານ​ອອກ​ຈາກ​ເຂດ​ຍຶດ​ຄອງ ເຊິ່ງ​ໄດ້​ເຮັດ​ໃຫ້​ຢູ່​
ພາຍ​ໃນ​ປະເທດ​ຊີ​ຣີ​ຂາດ​ພະລັງງານ​ຢ່າງ​ໜັກໜ່ວງ ແລະ ສະພາບ​ມະນຸດສະທຳ​ຊຸດໂຊມ​ລົງ​ຕື່ມ​ອີກ. ນັບ​ແຕ່​ເກີດ​ວິ​ກິດ​ການ​ຊີ​ຣີ​ເປັນ​ເວລາ 10 ກວ່າ​ປີ​ມາ​
ນີ້, ມີ 350.000 ຄົນ​ເສຍ​ຊີວິດ, ປັດຈຸບັນ ມີ​ປະຊາກອນ 90% ດຳລົງ ​ຊີວິດ​ຢູ່​ໃຕ້​ເສັ້ນ​ທຸກ​ຍາກ, ປະຊາ ກອນ 2/3 ດຳລົງ​ຊີວິດ​ໂດຍ​ອາ ໄສ​ການ​ຊ່ວຍ
ເຫຼືອ​ທາງ​ມະນຸດສະທຳ, ປະຊາກອນ​ຫຼາຍ​ກວ່າ​ເຄິ່ງ​ໜຶ່ງ​ບໍ່​ສາມາດ​ໄດ້​ຮັບ​ການ​ຮັບປະກັນ​ດ້ານ​ສະບຽງ​ອາຫານ​ຈົນ​ມາ​ຮອດ​ປັດຈຸບັນ, ກອງທັບ​ອາ​ເມ​ຣິ​ກາ
ຍັງ​ໄດ້​ຍຶດ​ຄອງ​ເຂດ​ຜະລິດ​ທັນ​ຍາ​ຫານ ແລະ ເຂດ​ຜະລິດ​ນ້ຳມັນ​ເຊື້ອ​ໄຟ​ທີ່​ສຳຄັນ​ຂອງ​ຊີ​ຣີ, ກອບໂກຍ ແລະ ປຸ້ນ​ສະດົມ​ຊັບພະຍາກອນ​ຂອງ​ປະເທດ​ຊີ​ຣີ.
ນັບ​ແຕ່​ປີ 2016 ເປັນຕົ້ນ​ມາ, ກອງທັບ​ອາ​ເມ​ຣິ​ກາ ໄດ້​ປຸ້ນ​ສະດົມ​ນ້ຳມັນ​ເຊື້ອ​ໄຟ​ທີ່​ມີ​ມູນ​ຄ່າ​ຫຼາຍ​ສິບ​ຕື້​ໂດ​ລາ​ຈາກ​ເຂດ​ພາກ​ຕາເວັນ​ອອກ​ຂອງ​ ຊີ​ຣີ. ນອກ​
ນີ້, ຕາມ​ຂໍ້​ມູນ​ທີ່​ລັດຖະບານ​ຊີ​ຣີ​ເປີດເຜີຍ​ກ່ອນ​ໜ້າ​ນີ້​ສະແດງ​ໃຫ້​ເຫັນ​ວ່າ: ປະລິມານ​ຜະລິດ​ນ້ຳມັນ​ເຊື້ອ​ໄຟ​ຂອງ ​ຊີ​ຣີ​ ໃນ​ເຄິ່ງ 2022 ມີ 80% ຂຶ້ນ​ໄປ​
ແມ່ນ​ໄດ້​ຖືກ​ກອງທັບ​ ອາ​ເມ​ຣິ​ກາ ແລະ ກຳລັງ​ປະກອບ​ອາວຸດ​ທີ່​ສະໜັບສະໜູນ​ໂດຍ​ ອາ​ເມ​ຣິ​ກາ​ ລັກ​ຂົນສົ່ງ​ອອກ​ໄປ. ກອງທັບ​ອາ​ເມ​ຣິ​ກາ ເຄີຍ​ແຕ່ງ​ລົດ
​ຂົນສົ່ງ​ນ້ຳມັນ​ເຊື້ອ​ໄຟ 89 ຄັນ​ໃນ​ກາງ ​ເດືອນກັນຍາ​ນີ້ ເພື່ອ​ລັກ​ຂົນສົ່ງ​ນ້ຳມັນ​ເຊື້ອ​ໄຟ​ຂອງ​ຊີ​ຣີ​ໄປ​ສູ່​ຖານ​ທັບ​ຂອງ​ອາ​ເມ​ຣິ​ກາ​ປະຈຳ​ອີ​ຣັກ. ກ່ອນ​ໜ້າ​ນີ້​ສອງ​
ວັນ, ກອງທັບ​ອາ​ເມ​ຣິ​ກາ ກໍ​ໄດ້​ແຕ່ງ​ຂະ​ບວນ​ລົດ​ທີ່​ປະກອບ​ດ້ວຍ​ລົດ​ຂົນສົ່ງ​ນ້ຳມັນ​ເຊື້ອ​ໄຟ 144 ຄັນ​ໄປ​ລັກ​ຂົນສົ່ງ​ນ້ຳມັນ​ເຊື້ອ​ໄຟ​ຂອງ​ຊີ​ຣີ. ລັດຖະບານ
​ຊີ​ຣີ​ເຄີຍ​ສົ່ງ​ຈົດໝາຍ​ເຖິງ​ອົງການ ​ສປຊ ຫຼາຍ​ເທື່ອແລ້ວ ເພື່ອ​ກ່າວ​ປະນາມ​ການ​ກະທຳ​ຂອງ​ ອາ​ເມ​ຣິ​ກາ ​ທີ່​ໄດ້​ລະເມີດ​ຫຼັກການ​ກົດໝາຍ​ສາກົນ ແລະ ກົດ
​ບັດ​ອົງການ ​ສປຊ ຢ່າງ​ໜັກໜ່ວງ. ອາ​ເມ​ຣິ​ກາ ໄດ້​ຖື “ປະຊາທິປະໄຕ ແລະ ມະນຸດສະທຳ” ເປັນ​ຄັນ​ຕາ​ລະ​ບັດ​ບັງ​ໜ້າ, ສ້າງ​ຄວາມ​ປັ່ນ​ປ່ວນ​ຢູ່​ແຫ່ງ​ຕ່າງໆ
​ຂອງ​ຕາເວັນ​ອອກ​ກາງ. ນັບ​ແຕ່​ເກີດສົງຄາມ​ການເມືອງ​ຊີ​ຣີ​ ໃນ​ປີ 2011 ເປັນຕົ້ນ​ມາ, ເພື່ອ​ໂຄ່ນ​ລົ້ມ​ອຳນາດ​ການ​ປົກຄອງ​ຂອງ​ ທ່ານ ບາ​ຊາ ຜູ້ນຳ​ຊີ​ຣີ, ອາ
​ເມ​ຣິ​ກາ ໄດ້​ອອກແຮງ​ສະໜັບສະໜູນ​ກຳລັງ​ປະກອບ​ອາວຸດ​ຕໍ່ຕ້ານ​ລັດຖະບານ​ຊີ​ຣີ. ພ້ອມ​ກັນ​ນັ້ນ, ອາ​ເມ​ຣິ​ກາ ແລະ ປະເທດ​ຝ່າຍ​ຕາເວັນຕົກ ອື່ນໆ​ໄດ້​
ປະຕິບັດ​ການ​ລົງໂທດ​ດ້ານ​ເສດຖະກິດ​ຕໍ່​ຊີ​ຣີ ເຊິ່ງ​ໄດ້​ເຮັດ​ໃຫ້​ຊີວິດ​ຂອງ​ປະຊາຊົນ​ຊີ​ຣີ​ລຳບາກ​ຍາກແຄ້ນ​ທີ່​ສຸດ. ແຕ່​ໃນ​ຊຸມ​ປີຜ່ານມາ, ສະຖານະ​ການ​ຢູ່​
ພາຍ​ໃນ​ປະເທດ​ຊີ​ຣີ ແລະ ພາກ​ພື້ນ​ຕາເວັນ​ອອກ​ກາງ​ໄດ້​ຜັນ​ແປ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ພົວພັນ​ລະຫວ່າງ​ລັດຖະບານ​ຊີ​ຣີ ກັບ​ກຸ່ມ​ປະເທດ​ອາ​ຣັບ​ໄດ້​ຟື້ນ​ຟູ​
ເທື່ອ​ລະ​ກ້າວ. ຄຽງ​ຄູ່​ກັບ​ຊີ​ຣີ​ໄດ້​ກັບ​ຄືນ​ສູ່​ສັນນິບາດ​ປະເທດ​ອາ​ຣັບ​ຄືນໃໝ່ ແລະ ໄດ້​ຟື້ນ​ຟູ​ສາຍ​ພົວພັນ​ທາງ​ການ​ທູດ​ກັບ​ອາ​ຣາ​ບີ​ຊາ​ອູ​ດິດ ທີ່​ຕັດຂາດ​ມາ​
ເປັນ​ເວລາ​ຫຼາຍ​ປິ, ການ​ພົວພັນ​ລະຫວ່າງ​ຊີ​ຣີ​ກັບ​ປະເທດ​ໃນ​ພາກ​ພື້ນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ.

     ພ້ອມ​ກັນ​ນັ້ນ, ຈີນ​ໄດ້​ສະເໜີ​ຂໍ້​ລິ​ເລີ່ມ​ການ​ພັດທະນາ​ທົ່ວ​ໂລກ, ຂໍ້​ລິ​ເລີ່ມ​ຄວາມ​ໝັ້ນຄົງ​ທົ່ວ​ໂລກ ແລະ ຂໍ້​ລິ​ເລີ່ມ​ອະລິຍະ​ທຳ​ທົ່ວ​ໂລກ ເຊິ່ງ​ໄດ້​ອຳ
ນວຍ​ສະຕິ​ປັນຍາ​ຂອງ​ຈີນ ແລະ ແຜນການ​ຂອງ​ຈີນ​ໃຫ້​ກັບ​ປະເທດ​ຕາເວັນ​ອອກ​ກາງ ເພື່ອ​ຮັກສາ​ສັນຕິພາບ​ຂອງ​ພາກ​ພື້ນ, ລຶບລ້າງ​ແຫຼ່ງ​ກຳເນີດ​ຂອງ
​ການ​ປະ​ທະ​ກັນ ແລະ ບັນລຸ​ຄວາມ​ໝັ້ນຄົງ​ຖາວອນ. ການ​ສະແຫວງຫາ​ສັນຕິພາບ ແລະ ການ​ພັດທະນາ​ເປັນຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ຂອງ
​ພາກ​ພື້ນກໍ​ຄື​ປະຊາ​ຄົມ​ໂລກ​ມາ​ໂດຍ​ຕະຫຼອດ. ສ່ວນ​ປະເທດ​ຕາເວັນ​ອອກ​ກາງ ທີ່​ໄດ້​ຮັບ​ຄວາມ​ລຳບາກ​ຈາກ​ອາ​ເມ​ຣິ​ກາ ມາເປັນ ​ເວລາ​ດົນ​ນານ​ແລ້ວ​
ນັ້ນ ກໍ​ມີ​ຄວາມ​ຮັບ​ຮູ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ວ່າ: ພາກ​ພື້ນ​ຕາເວັນ​ອອກ​ກາງ​ທີ່​ບໍ່​ມີ​ອຳນາດ ​ອາ​ເມ​ຣິ​ກາ ຍ່ອມ​ຈະ​ເປັນ​ພາກ​ພື້ນ​ທີ່​ມີ​ຄວາມ​ສາມັກຄີ, ໝັ້ນ​ທ່ຽງ
ແລະ ຈະເລີນ​ຮຸ່ງເຮືອງ​ຫຼາຍ​ກວ່າ​ເກົ່າ​ຢ່າງ​ແນ່ນອນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/09/2023